
ແມ່ນບໍລິສັດຜູ້ພັດທະນາ ແລະ ໃຫ້ບໍລິການທ່າບົກຊັ້ນນຳຂອງ ສປປ ລາວ, ເປັນຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງ ທ່າບົກທ່ານາແລ້ງ (Thanaleng Dry Port – TDP) ເຊິ່ງເປັນທ່າບົກສາກົນແຫ່ງທຳອິດ ແລະ ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ. ດ້ວຍວິໄສທັດທີ່ຈະປ່ຽນ ສປປ ລາວ ຈາກປະເທດບໍ່ມີທາງອອກສູ່ທະເລ (Land-locked) ໃຫ້ກາຍເປັນປະເທດເຊື່ອມໂຍງທາງບົກ (Land-linked), ບໍລິສັດໄດ້ສືບຕໍ່ຂະຫຍາຍການລົງທຶນ ແລະ ພັດທະນາໂຄງຂ່າຍໂລຈິສຕິກໄປສູ່ຈຸດຍຸດທະສາດສຳຄັນອື່ນໆ, ລວມທັງໂຄງການ ທ່າບົກບໍລິຄຳໄຊ (Bolikhamxay Logistics Terminal – BLT)
ສ້າງຕັ້ງຂຶ້ນພາຍໃຕ້ການນຳພາຂອງ ກຸ່ມບໍລິສັດ ສິດທິ ໂລຈິສຕິກ (Sitthi Logistics) ແລະ PTL Holding, ບໍລິສັດ Thanaleng Dry Port Sole Co., Ltd. ໄດ້ສ້າງປະຫວັດສາດໜ້າໃໝ່ໃຫ້ວົງການໂລຈິສຕິກລາວ ດ້ວຍການພັດທະນາ Thanaleng Dry Port ໃຫ້ເປັນສູນກາງເຊື່ອມຕໍ່ລະຫວ່າງ ລົດໄຟລາວ-ຈີນ ແລະ ລົດໄຟລາວ-ໄທ
ຈຸດເດັ່ນ ແລະ ຄວາມສຳເລັດທີ່ຜ່ານມາ:
International Recognition: ໄດ້ຮັບການຍອມຮັບຈາກ UNESCAP ໃຫ້ເປັນໜຶ່ງໃນທ່າບົກທີ່ມີຄວາມສຳຄັນລະດັບສາກົນ
ດ້ວຍປະສົບການອັນລ້ຳຄ່າຈາກທ່າບົກທ່ານາແລ້ງ, Thanaleng Dry Port Sole Co., Ltd. ໄດ້ຕັດສິນໃຈລົງທຶນ ແລະ ພັດທະນາ ທ່າບົກບໍລິຄຳໄຊ (BLT) ເພື່ອໃຫ້ເປັນ “Strategic Logistics Gateway” ແຫ່ງທີສອງ. ການລົງທຶນຄັ້ງນີ້ບໍ່ແມ່ນພຽງແຕ່ການສ້າງລານຈອດລົດ, ແຕ່ແມ່ນການນຳເອົາ “ມາດຕະຖານ TDP” ມາສູ່ບໍລິຄຳໄຊ:
ນຳໃຊ້ລະບົບທີ່ທັນສະໄໝ: ຍົກລະດັບການບໍລິຫານຈັດການໃຫ້ທຽບເທົ່າສາກົນ.
ການເຊື່ອມໂຍງເຄືອຂ່າຍ: ເຊື່ອມຕໍ່ຖານລູກຄ້າເດີມຈາກວຽງຈັນ ສູ່ ເສັ້ນທາງຂົນສົ່ງໄປຫວຽດນາມ ແລະ ໄທ (ບຶງການ)
ພາຍໃຕ້ການນຳພາຂອງ ທ່ານ ຈັນທອນ ສິດທິໄຊ, ປະທານຜູ້ບໍລິຫານ, ຜູ້ທີ່ມີວິໄສທັດກວ້າງໄກ ແລະ ຄະນະຜູ້ບໍລິຫານ ໄດ້ມຸ່ງໝັ້ນທີ່ຈະເຮັດໃຫ້ ທ່າບົກບໍລິຄຳໄຊ ກາຍເປັນອີກໜຶ່ງຄວາມພາກພູມໃຈຂອງຄົນລາວ ແລະ ເປັນຈິກຊໍສຳຄັນໃນການເຊື່ອມຕໍ່ເສດຖະກິດຂອງພາກພື້ນ